ສິດທິພິເສດແບບທົ່ວໄປ GSP98% ສປປ ລາວ

Thepphaphone Bounthavone
2 min readMar 1, 2023

1. ທີ່ມາ — TiG Division

ສິດທິ​ພິ​ເສດ​ດ້ານ​ການ​ຄ້າ​ ຫຼື​ສິດ​ພິ​ເສດ​ດ້ານ​ການ​ຄ້າ ແມ່ນນະ​ໂຍບາຍ​ພິ​ເສດ ໂດຍການຫຼຸດຜ່ອນ ຫຼື ຍົກເວັ້ນອັດຕາພາສີນຳເຂົ້າ​​ແກ່​ສິນຄ້າ ຊຶ່ງ​ນະ​ໂຍບາຍ​ດັ່ງກ່າວອາດ​ເປັນການ​ໃຫ້​ແບບ​ຝ່າຍ​ດຽວ ຫຼື​ ແບບ​ຕ່າງ​ຝ່າຍ​ຕ່າງຕອບ​ແທນ. ຕົວຢ່າງ​ຂອງການໃຫ້ສິດທິ​ພິ​ເສດແບບຝ່າຍດຽວ ​ແມ່ນລະ​ບົບສິດທິ​ພິ​ເສດ​ດ້ານ​ການ​ຄ້າ​ແບບ​ທົ່ວ​ໄປ ທີ່​ປະ​ເທດ​ພັດທະນາ​ແລ້ວ​ ຍົກ​ເວັ້ນການ​ເກັບ​ພາສີ​ຈາກສິນຄ້າທີ່​ສົ່ງ​ອອກ​ຈາກ​ປະ​ເທດ​ດ້ອຍ​ພັດທະນາ ​ໂດຍ​ມີ​ຈຸດປະສົງເພື່ອສົ່ງເສີມການຄ້າ​ ​ແລະ ພັດທະນາເສດຖະກິດຂອງ​ປະ​ເທ​ດ​ເຫຼົ່າ​ນີ້. ສໍາລັບສິດທິ​ພິ​ເສດ​ແບບ​ຕ່າງ​ຝ່າຍ​ຕ່າງ​ຕອບ​ແທນ ​ໝາຍ​ເຖິງ ການ​ຍົ​ກ​ເວັ້ນ ຫຼື​ຫຼຸ​ດຜ່ອນ​ອັດຕາ​ພາສີ​ ໃຫ້​ແກ່​ກັນ ​ແລະ​ກັນ ທີ່​ດໍາ​ເນີນພາຍ​ໃຕ້​ສັນຍາການ​ຄ້າ​ເສລີ​ຕ່າງໆ.

ສປ ຈີນ ທີ່ໃຫ້ແກ່ປະເທດດ້ອຍພັດທະນາ 46 ປະເທດໃນໂລກພາຍໃຕ້ພັນທະໃນຂອບອົງການການຄ້າໂລກ. ປະຈຸບັນເຫລືອພຽງ 41 ປະເທດ ໄດ້ສິດທິພິເສດດັ່ງກ່າວ ເຊີ່ງ ສປປ ລາວ ກໍ່ເປັນຫນື່ງໃນປະເທດທີ່ໄດ້ຮັບສິດທິພິເສດແບບທົ່ວໄປ (Generalized System Preference 97%) ໃນວັນທິ 01.12.2020 ໂດຍເນື້ອໃນຫລັກຂອງສິດທິພິເສດນີ້ເປັນການລົບລ້າງພາສີຈຳນວນ 8,256 ລາຍການສິນຄ້າ ໂດຍມີລາຍການສິນຄ້າ 293 ລາຍການສິນຄ້າ ທີ່ເປັນສິນຄ້າອ່ອນໄຫວ ຫມາຍວ່າສິນຄ້າກຸ່ມນີ້ມີອັດຕາພາສີຍັງບໍ່ເປັນສູນ. ເພື່ອເພີ່ມທະວີຄວາມຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າລະຫວ່າງ ສປປ ລາວ ແລະ ສປ ຈີນ ມີການລົງນາມຍົກລະດັບການໃຫ້ສິດທິພິເສດຈາກ 97% ມາເປັນ 98% ຫລື ຈາກຈໍານວນ 8,256 ລາຍການສິນຄ້າ ມາເປັນ 8,930 ລາຍການສິນຄ້າ ເຊີ່ງມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນທີ 01 ກັນຍາ 2022.

2. ປຽບທຽບອັດຕາພາສີພາຍໃຕ້ສິດທິພິເສດຕ່າງໆ — TiG Division

ຈາກຕາຕະລາງທາງລຸ່ມເຫັນວ່າລະດັບການເປີດຂອງສິດທິພິເສດທາງດ້ານການຄ້າຕ່າງໆລະຫວ່າງ ສປປ ລາວ ແລະ ສປປຈີນ ເຫັນວ່າມີຄວາມແຕກຕ່າງກັນພໍສົມຄວນ. ສະເພາະກອບອົງການການຄ້າໂລກ ມີລະດັບການເປີດ ຫລື ມີລາຍການທີ່ເປັນ 0% ພຽງແຕ່ 11.14%. ສິດທິພິເສດແບບທົ່ວໄປ GSP98% ມີລະດັບການເປີດ ຫລື ມີລາຍການສິນຄ້າທີເປັນ 0% ສູງເຖີງ 98.41% ຂອງລາຍການທັ້ງຫມົດ. ໂດຍມີຫມວດສິນຄ້າທີ່ຍັງບໍ່ເປັນ 0% ຈຳນວນ 144 ລາຍການສິນຄ້າ ໂດຍແມ່ນສິນຄ້າລະຫັດ 10, 15, 17, 24, 31, 40, 44, 48, 51, 52ໃ

3. ກົດລະບຽບແຫຼ່ງກຳເນີດສິນຄ້າ — RO division

3.1 ຄວາມຫມາຍກົດລະບຽບແຫຼ່ງກໍາເນີດ

ກົດລະບຽບແຫຼ່ງກໍາເນີດ ແມ່ນ ເງື່ອນໄຂທີ່ຈໍາເປັນເພື່ອກໍານົດແຫຼ່ງທີ່ມາຂອງຜະລິດຕະພັນ ເຊີ່ງມີຄວາມສໍາຄັນໃນການກຳນົດພາສີ ແລະ ຂໍ້ຈໍາກັດໃນການນໍາເຂົ້າສິນຄ້າ. ກົດລະບຽບຈະຖືກນໍາໃຊ້ໃນການກໍານົດຕົ້ນກໍາເນີດຂອງສິນຄ້າເພື່ອອ້າງສິດການແກ້ໄຂພິເສດ.

3.2 ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ

ໃບຢັ້ງຢືນແຫຼ່ງກໍາເນີດ ໝາຍເຖິງ ເອກະສານທີ່ຢັ້ງຢືນແຫຼ່ງກຳເນີດທີ່ສິນຄ້າໄດ້ເກີດຂຶ້ນ ຫຼື ໄດ້ຜ່ານຂະບວນການຜະລິດ ຊຶ່ງອອກໃຫ້ໂດຍໜ່ວຍງານລັດ ຫຼື ພາກສ່ວນອື່ນໆ ທີ່ໄດ້ຮັບມອບສິດໃຫ້ເປັນຜູ້ຢັ້ງຢືນແຫຼ່ງກຳເນີດສິນຄ້າ. ເອກະສານດັ່ງກ່າວ ນຳໃຊ້ເພື່ອເປັນຫຼັກຖານອ້າງອີງໃນການຂໍຍົກເວັ້ນ ຫຼື ຫຼຸດ ຜ່ອນອັດຕາພາສີນຳເຂົ້າຕໍ່ປະເທດ ທີ່ໃຫ້ສິດທິພິເສດດ້ານການຄ້າ. ໂດຍແບບຟອມໃນການຢັ້ງຢືນແຫລ່ງກຳເນີດສິນຄ້າກໍລະນີຕ້ອງການໃຊ້ສິດທິພິເສດແບບທົ່ວໄປ GSP98% ແມ່ນໃຊ້ຟອມ CO-China ໂດຍສາມາດດາວໂຫລດໄດ້ຕາມລີ້ງຕໍ່ໄປນີ້ https://www.laotradeportal.gov.la/kcfinder/upload/files/Form_CO-CHINA.pdf

3.3 ລະບຽບແຫຼ່ງກໍາເນີດ

ລະບຽບແຫຼ່ງກຳເນີດສິນຄ້າແມ່ນການກຳນົດ ຫຼື ການວາງເງື່ອນໄຂຂອງການຜະລິດສິນຄ້າ. ໂດຍລວມແລ້ວ ສິນຄ້າທີ່ມີເງື່ອນໄຂໄດ້ແຫຼ່ງກຳເນີດມີ 2 ລັກສະນະ ຄື:(1) ສິນຄ້າທີ່ໄດ້ມາ ຫຼື ຜະລິດຂື້ນໂດຍໃຊ້ວັດຖຸດິບພາຍໃນປະເທດທັງໝົດ; ແລະ (2) ສິນຄ້າທີ່ຜະລິດຫຼືຜ່ານການແປຮູບຢ່າງພຽງພໍ ໂດຍນໍາເຂົ້າວັດຖຸດິບບາງສ່ວນ.

ສິນຄ້າ​ຕໍ່​ໄປ​ນີ້​ ໃຫ້​ຖື​ວ່າ​ເປັນ​ສິນຄ້າ​ທີ່ໄດ້​ມາ​ ຫລື​ ຜະລິດ​ຂຶ້ນ​ໂດຍ​ໃຊ້​ວັດຖຸ​ດິບ​ພາຍ​ໃນ​ປະ​ເທດ​ທັງໝົດ ແລະ ເປັນສິນຄ້າທີ່ໄດ້ແຫຼ່ງກຳເນີດໂດຍອັດຕະໂນມັດ:

ສິນຄ້າຈະບໍ່ຖືວ່າເປັນສິນຄ້າຕົ້ນກໍາເນີດ ຕາມເຫດຜົນຂອງການດໍາເນີນການຫນຶ່ງ ຫຼື ຫຼາຍຂະບວນການດັ່ງລຸ່ມນີ້, ໂດຍບໍ່ມີການດໍາເນີນການ ຫຼື ຂະບວນການອື່ນໆ:

4. ການສະສົມມູນຄ່າພາກພື້ນ ແລະ ການປ່ຽນລະຫັດພາສີເຄົ້າ — Ro Division

ເງື່ອນໄຂກໍານົດສໍາຫລັບ “ການປ່ຽນແປງ” ແລະ “ການສະສົມມູນຄ່າພາກພື້ນ” (Regional Value Content ຫຼື RVC) ຫຼື “ການປ່ຽນລະຫັດພາສີເຄົ້າ“ (Change in Tariff Classification ຫຼື CTC). ໃນຂະນະທີ່ສິນຄ້າທີ່ລະບຸໄວ້ໃນ “ກົດລະບຽບສະເພາະຂອງຜະລິດຕະພັນ” (Product Specific Rules ຫຼື PSR) ບໍ່ຂຶ້ນກັບເງື່ອນໄຂດັ່ງກ່າວ. PSR ປະກາດໃຊ້ພາຍຫຼັງການເຈລະຈາລະຫວ່າງກົມບໍລິຫານທົ່ວໄປຂອງດ່ານພາສີຂອງຈີນ ແລະ ຄະນະຜູ້ແທນຂອງກຸ່ມປະເທດດ້ອຍພັດທະນາ.

ເນື້ອໃນມູນຄ່າພາກພື້ນຂອງສິນຄ້າຄິດໄລ່ຈາກ

RCV=(V−VNM)/Vx100%

ໂດຍທີ່:

  • V ແມ່ນມູນຄ່າການເຮັດທຸລະກໍາຂອງສິນຄ້າທີ່ປັບຕາມ F.O.B. ພື້ນຖານອີງຕາມສັນຍາການປະເມີນມູນຄ່າພາສີ.
  • VNM ແມ່ນມູນຄ່າຂອງວັດຖຸດິບທີ່ບໍ່ມາຈາກປະເທດຕົ້ນກໍາເນີດ. VNM ຈະເປັນຄ່າໃຊ້ຈ່າຍຂອງການນໍາເຂົ້າ, ການຂົນສົ່ງ ແລະ ການປະກັນໄພສໍາລັບການຂົນສົ່ງໄປຫາທ່າເຮືອປາຍທາງ ຫຼື ສະຖານທີ່, ລວມທັງມູນຄ່າຂອງວັດຖດິບບໍ່ໄດ້ກໍານົດໃນປະເທດຕົ້ນກຳເນີດ. ໃນເວລາທີ່ຜູ້ຜະລິດຂອງສິນຄ້າໄດ້ຮັບອຸປະກອນທີ່ບໍ່ແມ່ນຕົ້ນກໍາເນີດໃນອານາເຂດຂອງປະເທດທີ່ໄດ້ຮັບຜົນປະໂຫຍດ, ມູນຄ່າການເຮັດທຸລະກໍາຂອງວັດຖູດິບດັ່ງກ່າວ, ອີງຕາມສັນຍາການປະເມີນມູນຄ່າພາສີ, ຈະບໍ່ລວມເອົາຄ່າຂົນສົ່ງ, ການປະກັນໄພ, ຄ່າໃຊ້ຈ່າຍໃນການຫຸ້ມຫໍ່ ແລະ ຄ່າໃຊ້ຈ່າຍອື່ນໆເກີດຂຶ້ນໃນການຂົນສົ່ງວັດສະດຸຈາກຄັງສິນຄ້າກໄປຫາສະຖານທີ່ຜູ້ຜະລິດ.

ເງື່ອນໄຂຂອງການປ່ຽນລະຫັດພາສີ ແມ່ນໃຊ້ສະເພາະກັບວັດຖຸດິບ ທີ່ບໍ່ມີແຫຼ່ງກຳເນີດເທົ່ານັ້ນ. ການບັນ ລຸໄດ້ຕາມເງື່ອນໄຂ ຂອງກົດການປ່ຽນລະຫັດ ແມ່ນວັດຖຸດິບ ຫຼື ສ່ວນປະກອບທີ່ບໍ່ມີແຫຼ່ງກຳເນີດທີ່ ໃຊ້ເຂົ້າໃນການຜະລິດສິນຄ້າ ຕົວໃໝ່ນັ້ນ ຈະຕ້ອງບໍ່ມີເລກລະຫັດພາສີຄືກັນກັບ ເລກລະຫັດພາສີຂອງສິນຄ້າ ສຳເລັດຮູບ (ໃນລະດັບ 4 ຕົວເລກ) ຕາມລະບົບເອກະພາບ ຂອງສາລະບານພາສີ. ຈຸດປະສົງໃນການກໍານົດ ເງື່ອນໄຂໃຫ້ມີການປ່ຽນລະຫັດພາສີ ກໍ່ເພື່ອເປັນການຮັບປະກັນການປ່ຽນຮູບທີ່ຈຳເປັນຂອງວັດຖຸດິບ ທີ່ບໍ່ມີແຫຼ່ງກຳເນີດໄດ້ເກີດຂື້ນພາຍໃນປະເທດ/ກຸ່ມປະເທດຂອງຜູ້ຜະລິດ ຈິ່ງຈະຖືວ່າກຸ່ມ/ປະເທດຜູ້ຜະລິດໄດ້ມີການ ປະກອບສ່ວນໃນລະດັບທີ່ແນ່ນອນ ເຂົ້າໃນການຜະລິດສິນຄ້າ.

ອ້າງອີງ

ກະຊວງອຸດສາຫະກຳ ແລະ ການຄ້າ. (2020). ການຈັດຕັ້ງປະຕິບັດອອກໃບຢັ້ງຢືນແຫລກຳເນີດສິນຄ້າພາຍໃຕ້ສິດທິພິເສດທາງການຄ້າແບບຝ່າຍດຽວຈາກ ສປ ຈີນ (GSP 97%) ແລະ ການເຂົ້າເປັນສະມາຊິກສົມບູນຂອງປະເທດມົງໂກລີ ພາຍໃຕ້ຂອບສັນຍາການຄ້າອາຊິ-ປາຊິຟິກ (APTA), ເລກທີ 2390/ຫອຄ.ກຂອລົງວັນທີ 31 ທັນວາ 2020.

. (2022). ແຈ້ງການຍົກລະດັບການໃຫ້ສິດທິພິເສດທາງດ້ານການຄ້າແບບຝ່າຍດຽວຂອງ ສປ ຈີນຈາກ GSP97% ມາເປັນ GSP98%, ເລກທີ 1871/ຫອຄ ລົງວັນທີ 13 ກັນຍາ 2022.

ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ. (2021). ສະຖິຕິການນໍາເຂົ້າ ແລະ ສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າຂອງ ສປປ ລາວ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

Lao PDR Trade Portal. (2022). ຄຳຖາມທີ່ມັກຖາມປະຈຳ (FAQ). ແຫລ່ງທີ່ມາ https://www.laotradeportal.gov.la/index.php?r=site/display&id=547

. (2022). Rule of Origin and Related Implementation Procedure on Goods Eligible for Special Preference Treatment. Retrieved from https://www.laotradeportal.gov.la/kcfinder/upload/files/ROO_RULE_OF_SPT_97%25.pdf

Credit: Dr Piya Wongpit

under SRECA project

--

--