ການເລືອກເຮັດທຸລະກິດແຟນຊາສ໌

--

ລົງທຶນໃນຮູບແບບທຸລະກິດທີ່ມີລູກຄ້າຢູ່ແລ້ວ ພາບລັກດີຢູ່ແລ້ວ ເຈົ້າແນ່ໃຈໄດ້ແນວໃດວ່າ ຈະໄປລອດຄືເຈົ້າຂອງຫຼັກແຟນຊາສຸໄດ້!!

ທຸລະກິດແຟນຊາສ໌ເປັນຮູບແບບທຸລະກິດຕ່ອງໂສ້ອີກຮູບແບບໜຶ່ງທີ່ໄດ້ຮັບຄວາມນິຍົມສຳລັບກຸ່ມທີ່ຕ້ອງການມີທຸລະກິດເປັນຂອງຕົນເອງ ເປັນສິ່ງທີ່ນ່າລົງທຶນຫຼາຍ ເພາະຊື້ມາແລ້ວສາມາດດຳເນີນທຸລະກິດໄດ້ເລີຍ ເປັນທີ່ຮູ້ຈັກຂອງກຸ່ມລູກຄ້າທັນທີ, ແຕ່ເຈົ້າໝັ້ນໃຈໄດ້ແນວໃດວ່າ ທຸລະກິດນີ້ມີຄວາມຢືນຢົ່ງ ແລະ ມີຖານການດຳເນີນທີ່ດີ ເຈົ້າເລືອກທີ່ຊື້ແນວໃດ, ເຊິ່ງບົດຄວາມນີ້ ເຈົ້າຂອງເອງກໍ່ມີຄວາມສົນໃຈ ແລະ ຕ້ອງການຫາສິ່ງສາມາດຮັບປະກັນການເລືອກ ວ່າ ທຸລະກິດເເຟນຊາສ໌ທີ່ເຈົ້າຂອງຈະລົງທືນນັ້ນມີປະສິດທິພາບບໍ.

ແຟນຊາສ໌ ໝາຍເຖິງກົນລະຍຸດທາງທຸລະກິດຫຼືຕະຫຼາດໃນການກະຈາຍສິນຄ້າ ຫຼື ການບໍລິການສູ່ຜູ້ບໍລິໂພກ ໂດຍມີໜ່ວຍທຸລະກິດຫຼັກ (ບໍລິສັດແມ່) ໂດຍຜ່ານໜ່ວຍທຸລະກິດຍ່ອຍ (ບໍລິສັດສະມາຊິກ) ໂດຍຮັບຜົນຕອບແທນອາດຈະເປັນຄ່າທຳນຽມຂອງລິຂະສິດຂອງຊື້ການຄ້າ ແລະ ຜົນຕອບແທນຈາກບໍລິສັດສະມາຊິກ. _ ອ້າງອີງຈາກກູເກິ.

ທຸລະກິດແຟນຊາສ໌ ເປັນຊ່ອງທາງການເຮັດທຸລະກິດອີກຮູບແບບໜຶ່ງ ຜູ້ຊື້ຈະໄດ້ຮັບລິຄະສິດໃນການບໍລິຫານຕາມລະບົບ ທີ່ກຳນົດໂດຍເຈົ້າຂອງແຟນຊາສ໌ເອງ, ຫຼື ອາດຈະດ້ວຍການຕົກລົງກັນລະຫວ່າງຜູ້ຊື້ ແລະ ເຈົ້າຂອງແຟນຊາສ໌ ແຕ່ໂດຍລວມແລ້ວຂອບເຂດຂອງການຕົກລົງກໍ່ແມ່ນການຮັກສາ ແບນຂອງເຂົານັ້ນເອງ. ເຊິ່ງລະບົບທຸລະກິດນີ້ຈະມີອົງປະກອບຫຼັກຢູ່ 3 ຢ່າງຄື :

  • ຕ້ອງມີເຈົ້າຂອງສິດ ຫຼື ເຈົ້າຂອງແຟນຊາສ໌ຫຼັກ ຜູ້ທີ່ສາມາດຖ່າຍທອດວິທະນາການເຮັດທຸລະກິດໃຫ້ຜູ້ຮັບສິດນັ້ນ.
  • ຜູ້ຮັບສິດ ຫຼື ຜູ້ຊື້ແຟນຊາສ໌ ຕ້ອງໄດ້ຈ່າຍຄ່າທຳນຽມໃນການໃຊ້ຊື່ການຄ້າ (ແບນສິນຄ້າ)ທຳອິດ.
  • ຜູ້ຮັບສິດຈະຕ້ອງຈ່າຍຄ່າຕອບແທນ (loyalty fee) ເປັນຄ່າຕອບແທນອາດເປັນ % ຫຼື ມູນຄ້າ ຕາມການຕົກລົງກັນ.

8 ຂັ້ນຕອນການເລືອກແນຊາສ໌ກ່ອນຈະລົງທຶນຢ່າງມີປະສິດທິພາບ:

  1. ສິນຄ້າຫຼືການບໍລິການຕ້ອງມີຈຸດເດັ່ນແຕກຕ່າງແລະນ່າສົນໃຈຈາກທຸລະກິດອື່ນ.
  2. ມີຄວາມຮູ້ ຫຼື Know-How ທີ່ເປັນລະບົບ.
  3. ມີຕົວຢ່າງຄວາມສຳເລັດທີ່ສະແດງໃຫ້ເຫັນ.
  4. ເຈົ້າຂອງແຟນຊາສ໌ມີລະບົບການບໍລິຫານທຸລະກິດທີ່ດີ.
  5. ມີຊື່ສຽງ ແລະ ພາບລັກຂອງທຸລະກິດນັ້ນ.
  6. ທຸລະກິດມີການເຕິບໂຕຂະຫຍາຍຢ່າງເຫັນໄດ້ຊັດ.
  7. ມີການພັດທະນາ ແລະ ປັບປຸງໃຫ້ດີຂື້ນເລື່ອຍໆ.
  8. ຖານລູກຄ້າທີ່ສາມາດວັດໄດ້ ແລະ ການບໍລິຫານການເງິນທີ່ສາມາດຖ່າຍທອດໄດ້.

ນີ້ຄື 8 ຂັ້ນຕອນພື້ນຖານໃນການເລືອກລົງທຶນກັບທຸລະກິດນີ້ ທີ່ສຳຄັນແມ່ນການບໍລິຫານ ແລະ ການວິເຄາະ ທຸລະກິດແຟນຊາສ໌ທີ່ເຮົາຈະຊື້ ແລະ ທີ່ສຳຄັນແມ່ນການຕົກລົງກັນເລືອກການຄວບຄຸມແລະການໃຊ້ແບນ.

ສະຫຼຸບ: ໃນຄວາມຄິດຂງເຈົ້າຂອງເອງ 8 ຂັ້ນຕອນນີ້ແມ່ນພື້ນຖານຂອງການລົງທຶນ ແຕ່ຍັງມີເລື່ອງຂອງການພິຈາລະນາເລືອກທີ່ຈະລົງທຶນທຸລະກິດແຟນຊາສ໌ນີ້ ການວິເຄາະ ຫາຈຸດດີ ຈຸດອ່ອນ ໂອກາດ ແລະ ສິ່ງທ້າທາຍຂອງທຸລະກິດ ຈະມີຄວາມຢືນຢົງພຽງໃດ, ໃນບ້ານເຮົາໂດຍລວມເຫັນໄດ້ວ່າ ການຈົດລິຂະສິດຂອງທຸລະກິດແຟນຊາສ໌ແມ່ນບໍ່ໄດ້ຮັບການພິຈາລະນາຈາກຜູ້ຮັບຊື້ ການວິເຄາະຖານລູກຄ້າຂອງທຸລະກິດນັ້ນເທື່ອ ອີກທັງການຈິງຈັງເລື່ອງການຖ່າຍທອດ ເປັນຕົ້ນແມ່ນການຕະຫຼາດ ແລະ ການເງິນ.

ແນວໃດກໍ່ຕາມ, ຂັ້ນຕອນທີ່ເອົາມາແບ່ງປັນມັນອາດເຮັດໃຫ້ທຸກຄົນຕັດສິນໃຈເລືອກລົງທຶນໄດ້ງ່າຍຂື້ນ.

--

--