ການເຂົ້າເຖິງຂໍ້ມູນຂ່າວສານອາຊຽນ ຜ່ານເວັບໄຊ ASEAN ACCESS
ຫຼາຍທ່ານອາດຈະຍັງບໍ່ທັນຮູ້ ຫຼື ອາດຈະຮູ້ແລ້ວວ່າ ເວັບໄຊອາຊຽນແມ່ນເຮັດກ່ຽວກັບຫຍັງ? ສາມາດຊ່ວຍທຸລະກິດເຮົາແນວໃດ? ໃຫ້ຂໍ້ມູນຂ່າວສານຫຍັງແນ່?
ກ່ຽວກັບ ASEAN Access: ເປັນປະຕູຂໍ້ມູນທາງທຸລະກິດແບບຄົບວົງຈອນສຳລັບ ທຸລະກິດໃນອາຊຽນ ແລະ ສາກົນ ເພື່ອຂະຫຍາຍຕະຫຼາດ. ເປັນ “one-stop-shop” ສຳລັບ SMEs ແລະ ຜູ້ໃຫ້ບໍລິການໃນອາຊຽນທີ່ມີຄວາມສົນໃຈ ໃນການເຮັດທຸລະກິດພາຍໃນພາກພື້ນ ແລະ ອື່ນໆ, ແລະ ຕ້ອງການຫາໂອກາດ ແລະ ຄູ່ຮ່ວມທຸລະກິດໃນຕະຫຼາດຕ່າງປະເທດແບບໄຮ້ພົມແດນ.
ຈຸດປະສົງ ASEAN Access ເພື່ອສົ່ງເສີມການຄ້າພາຍໃນອາຊຽນໂດຍໃຫ້ຂໍ້ມູນດ້ານການຄ້າ ແລະ ການຕະຫຼາດແກ່ SMEs ເຊິ່ງຊ່ວຍໃຫ້ຜູ້ໃຫ້ບໍລິການສາມາດລົງທະບຽບທຸລະກິດ ຂອງຕົນ ໂດຍບໍ່ ເສຍຄ່າ ແລະ ຊ່ວຍໃຫ້ SMEs ທີ່ຕ້ອງການເຂົ້າສູ່ຕະຫຼາດອາຊຽນສາມາດ ຊອກຫາ ຜູ້ຈັດຈຳໜ່າຍ ແລະ ຕົວ ແທນໄດ້ງ່າຍ.
ໂອກາດສຳລັບ SMEs ໂດຍລວມ: ການສ້າງເຄືອຂ່າຍແບບໄຮ້ພົມແດນ, ການສ້າງຄວາມນ່າເຊື່ອຖືໃນລະດັບອາຊຽນ ແລະ ສາກົນ, ການຂະຫຍາຍຖານຂໍ້ມູນທຸລະກິດ, ການຄົ້ນຫາຕະຫຼາດແບບລວມ, ຂໍ້ມູນດ້ານການຄ້າ ການລົງທຶນ ພາຍໃນ ແລະ ຕ່າງປະເທດ, ການເພິ້ມທັກສະສະເພາະທາງທຸລະກິດ, ແລະ ການຊອກຫາຜູ້ໃຫ້ຄຳປຶກສາຕະຫຼາດໃນພາກພື້ນອາຊຽນ ແລະ ຕ່າງປະເທດ. ບໍ່ມີຄ່າໃຊ້ຈ່າຍໃດໆໃນການໃຫ້ບໍລິການພາຍໃນເວັບໄຊ.
ASEAN Access ເປີດການນຳໃຊ້ຢ່າງເປັນທາງການ ກັບ ຄຸນນະສົມບັດໃຫມ່ ທີ່ຕອບໂຈດ SMEs ແບບໄຮ້ພົມແດນ ASEAN Access MATCH.
ຄຸນນະສົມບັດນີ້ ມີຫນ້າທີ່ຈັບຄູ່ຮ່ວມທຸລະກິດທຸກຮູບແບບ ຕາມຄວາມຕ້ອງການຂອງທຸລະກິດຂອງເຈົ້າ. ການໃຊ້ງ່າຍທີ່ງ່າຍ ແລະ ຫຼາກຫຼາຍແບບເຊັ່ນ: ການເປີດບັນຊີເພື່ອຂະຫຍາຍແລະໂປໂມທຸລະກິດ, ຜະລິດຕະພັນ, ການບໍລິການ, ການຈັບຄູ່ແບບ 1–1, ການເຂົ້າປະຊຸມ, ສຳມະນາສະເພາະ (Showcase, virtual B2B, virtual meeting 1–2–1,etc) ເພື່ອໃຫ້ເຂົ້າໃຈງ່າຍແບບແອັບຊອກຄູ່ທົ່ວໄປ (Dating App).
ລົງທະບຽນໃນເວັບໄຊ www.aseanaccess.com ກໍ່ສາມາດເປັນໜຶ່ງໃນສະມາຊິກນີ້ໄດ້ແລ້ວ!!
ປລ.ແນະນຳລົງສະມັກໃນນາມທຸລະກິດຄວນເລືອກຄຳວ່າ “Service provider user”
ສາມາດເບິ່ງເນື້ອຫາແບບຫຍໍ້ຕາມລີ້ງນີ້ໄດ້: https://www.aseanaccess.com/images/10-asean-match-motion-graphics.mp4
ວີທີສະໝັກເປັນສະມາຊິກໃນເວັບໄຊອາຊຽນ: https://www.facebook.com/aseanaccesslaos/videos/425272988817976
ໃຜສົນໃຈຕິດຕໍ່ຂ້ອຍມາເລີຍພ້ອມໃຫ້ຄຳປຶກສາແລະແນະນຳໃນການນຳໃຊ້.
Thepphaphone Bounthavone (Noy), technical advisor of ASEAN SME, tel: 020 58388885, email: thepphaphone.bounthavone@giz.de