Social Proof? ຊ່ວຍໃຫ້ທຸລະກິດມີຄວາມນ່າເຊື່ອຖືໄດ້ແທ້ຫຼືບໍ?

--

ບໍ່ວ່າຈະເປັນທຸລະກິດແບບໃດ ການມີພາບລັກທີ່ດີໃຫ້ກັບທຸລະກິດກໍ່ຍັງເປັນສິ່ງສຳຄັນ ເພາະມັນມີບົດບາດໃນການຕັດສິນໃຈຂອງລູກຄ້າຫຼາຍກວ່າ 80% (ຂໍ້ມູນຈາກ ການວິໄຈ Singlegrian)

Photo by Adeolu Eletu on Unsplash

ປັດຈຸບັນນີ້ ການເຂົ້າເຖິງຂໍ້ມູນຕ່າງໆ ນັ້ນເປັນເລື່ອງທີ່ງ່າຍຫຼາຍ ການສ້າງຄວາມນ່າເຊື່ອຖືຂອງແບນກໍ່ເລີຍມີການປ່ຽນແປງ ແລະ ແຕກຕ່າງອອກໄປ ໃນຍຸກນີ້ ເພາະລູກຄ້າສ່ວນຫຼາຍແມ່ນຄົ້ນຫາຂໍ້ມູນເອງ ແລະ ສິ່ງໃໝ່ໆ ຕາມການລີວິວທາງສື່ອອນລາຍຫຼາຍ.

ນິຍາມ : Social Proof ທີ່ໝາຍເຖິງ ປາກົດການທາງຈິດໃຈທີ່ເຮັດໃຫ້ເຮົາຮູ້ສຶກເຊື່ອໃຈກັບຄວາມຄິດເຫັນຂອງຄົນອື່ນໃນສັງຄົມ ແລະ ປ່ອຍໃຫ້ຄາມຄິດເຫັນນັ້ນສົ່ງຜົນຕໍ່ພຶດຕິກຳ ແລະ ການຕັດສິນໃຈ. ເຊັ່ນ : ການເລືອກຮ້ານອາຫານຫຼືສິນຄ້າຕາມການລີວິວຂອງຄົນອື່ນ ຜ່ານສື່ສັງຄົມອອນລາຍ ແລະ ຕາມການບອກເລົ່າ ປາກຕໍ່ປາກ ຂອງຄົນອື່ນນັ້ນເອງ.

Social Proof ທີ່ສາມາດເພິ່ມຄວາມນ່າເຊື່ອຖືໃຫ້ກັບເຮົາໄດ້, ດ້ວຍຍຸກໃຫມ່ ຂອງການເຂົ້າເຖິງຂໍ້ມູນຂ່າວສານຕ່າງໆ ການມີ Social Proof ແມ່ນສາມາດມາຮອງຮັບຄວາມກັງວົນ ແລະ ຈິດໃຈຂອງລູກຄ້າເຮົາໄດ້ ເພາະມັນສາມາດຊ່ວຍໃຫ້ລູກຄ້າເຮົາຕັດສິນໄວ ແລະ ງ່າຍຂື້ນ.

ມີການວິໄຈໜຶ່ງບອກວ່າ ຫຼາຍກວ່າ 76% ຂອງກຸ່ມບໍລິໂພກ ແມ່ນໃຫ້ຄວວາມສຳຄັນກັບ Social Proof ຫຼາຍ ກວ່າ ການບອກເລົ່າ ຫຼື ປາກຕໍ່ປາກຂອງໝູ່ ຄອບຄົວ ແນະນຳກັນມາ, ສະນັ້ນ ຈິ່ງສາມາດເວົ້າໄດ້ວ່າ ມັນເປັນຫຼັກຖານໃນນການຢັ້ງຢືນວ່າທຸກໆທຸລະກິດ ຕ້ອງຮັບຮູ້ເລື່ອງນີ້ໄວ້.

Photo by NeONBRAND on Unsplash

6 ວີທີໃຊ້ Social Proof ໃຫ້ທຸລະກິດມີຄວາມນ່າເຊື່ອຖື

ວີທີທີ່ 1 ການເລືອກໃຊ້ຢ່າງເໝາະສົມ:

ກ. ການເລືອກໃຊ້ແບບປະເພດການຮັບຮອງ (Certification) ການຮັບໃບອະນຸຍາດ ຫຼື ຢັ້ງຢືນຕ່າງໆ; ຂ. ປະເພດການໃຊ້ສື່ຕ່າງເຂົ້າຊ່ວຍ (Media Coverage); ຄ. ປະເພດສື່ສັງຄົມອອນລາຍ (Social Media) ການຮັບຮອງຈາກຍອດຜູ້ເຂົ້າຊົມ; ງ. ປະເພດການອ້າງອີງຈາກຜູ້ຊ່ຽວຊານ (Expert Referrals); ຈ. ປະເພດການໃຫ້ຄະແນນລີວິວ (Rating, Review&Testimonial); ສ. ປະເພດການບອກຕໍ່ຈາກຄົນອ້ອມຂ້າງ (Reward Referrals).

ວີທີທີ່ 2 ເປີດຮັບການຕິຊົມຢ່າງຈິງຈັງ

ແນ່ນອນການເປີດຮັບຄຳຕິຊົມເປັນເລື່ອງທີ່ນ່າປັບປຸງໃຫ້ກັບທຸລະກິດເຮົາ ແຕ່ໃນຄວາມເປັນຈິງແລ້ວໃນທຸກໆທຸລະກິດສາມາດເວົ້າໄດ້ເລີຍບໍ່ສາມາດຫຼີກລ້ຽງຄຳຕິຊົມໃນທາງລົບໄດ້ 100% ການລີວິວ ທີ່ຕິດຄະແນນ 3–4ດາວ ນັ້ນ ກໍ່ສາມາດສ້າງຄວາມນ່າເຊື່ອຖືໃຫ້ກັບລູກຄ້າໄດ້ແລ້ວ. ແລະ ການສະແດງຄວາມຈິງໃຈດ້ວຍການເກັບຄຳຕິຊົມໃນທາງດ້ວຍລົບ (ທີ່ສົມເຫດສົມຜົນ) ເອົາໄວ້ ກໍຖືວ່າເປັນການໃຊ້ເທັກນິກອີກຮູບແບບໜຶ່ງທີ່ດີ ເຊັ່ນກັນ ໂດຍຖ້າຍັງກັງວົນກັບເລື່ອງຂອງພາບລັກຫຼາຍເກີນໄປ ເຮົາອາດຈະບໍ່ສາມາດເຫັນຊ່ອງວ່າງໃນການບໍລິການ ຫຼື ສິນຄ້າເຮົາໄດ້.

ວີທີທີ່ 3 ສະແດງການໃຊ້ງານຈິງໃຫ້ລູກຄ້າຮັບຮູ້

ມັນເປັນວິທີທີ່ເຈົ້າຂອງເອງມັກຫຼາຍ ເປັນການຖ່າຍທອດເນື້ອແທ້ຂອງສິນຄ້າເຮົາອອກສູ່ສັງຄົມຫຼືລູກຄ້າໄດ້ຮັບຮູ້ເຖິງຄຸນນະພາບ, ມັນສະແດງໃຫ້ຮູ້ທັນທີ່ຈາກການບອກເລົ່າເປັນເລື່ອງລາວຕໍ່ໆກັນໄປຂອງລູກຄ້າ ແລະ ເປັນການສ້າງມູນຄ່າໃຫ້ສິນຄ້າເຮົາອີກນຳ

ວີທີທີ່ 4 ການຈັບມືກັບ ຜູ້ທີ່ມີອິດທີພົນໃນສື່ສັງຄົມອອນລາຍ (Micro Influencer)

ເປັນອີກໜຶ່ງຍອດຮີດຂອງຫຼາຍໆສິນຄ້າ ຫຼື ທຸລະກິດໜ້າໃຫມ່ທີ່ຕ້ອງອາໄສຊ່ອງທາງນີ້ ໃນການເພິ່ມຄວາມນ່າເຊື່ອຖືໃຫ້ເປັນລະດັບຂອງຕົວສິນຄ້າໄດ້ເປັນຢ່າງດີ ແຕ່ເຊື່ອບໍວ່າ ລູກຄ້າທີ່ຕ່າງປະເທດສົງໄສກ່ຽວກັບຄວາມນ່າເຊື່ອຂອງການໂຄສະນາຜູ້ທີ່ມີອິດທິພົນລຸ້ນໃຫຍ່ ຫຼື ລາຍໃຫຍ່ກັນ ມີພຽງ 4% ເທົ່ານັ້ນຂອງການວິໄຈວີທີນີ້ອອກມາວ່າ ລູກຄ້າເບິ່ງວ່າມີຄວາມນ່າເຊື່ອ. ແຕ່ແນວໃດກໍ່ຕາມ ສຳລັບ ລາວ ເຈົ້າຂອເອງເຊື່ອວ່າຍັງໄດ້ຜົນຢູ່ ຍິ່ງເປັນຄົນດັງຈາກປະເທດເພື່ອບ້ານແລ້ວ ສະຖິຕິການບໍລິໂພກບໍ່ເຄີຍຕົກ.

ວີທີທີ່ 5 ສ້າງລະບົບອ້າງອີງ

ເປັນການໃຊ້ Icentive ຫຼື ການກະຕຸ້ນ ເຊັ່ນ ການບອກຕໍ່ຈາກຕົວແທນ ເພື່ອຮັບໂປໂມຊັ່ນຫຼຸດລາຄາສິນຄ້າ ສ່ວນຫຼາຍທີ່ເຫັນແມ່ນທຸລະກິດຂາຍເຄື່ອງສຳອາງ, ຮ້ານອາຫານ ໂຮງແຮມ.

ວີທີທີ່ 6 ການແບ່ງປັນ ເນື້ອຫາໃນແວດວົງ (Non-Sponsored Content)

ເປັນການສ້າງຫຼືແບ່ງປັນເນື້ອໃນໃນເເວດວົງທຸລະກິດນັ້ນໆ ເຊັ່ນ ການຂຽນບົດຄວາມທີ່ມີສາລະ, ກໍລະນິສຶກສາແລະຜົນການວິໄຈຕໍ່ແວດວົງທຸລະກິດ ເຫັນໃຫ້ລູກຄ້າຈິນຕະນາສິນຄ້າເຮົາອອກມາໄດ້ໃນຂະນະທີ່ເສບເນື້ອຫາເຮົາຢູ່ນັ້ນ.

ສະຫຼຸບ: ທຸກໆທຸລະກິດໃນປັດຈຸບັນສ້າງຄວາມນ່າເຊື່ອຖືຜ່ານວີທີການນີ້ເປັນສ່ວນຫຼາຍ ຊິ່ງມັນກໍ່ລະບຸວ່າເປັນອົງປະກອບທີ່ສຳຄັນໃຫ້ກັບທຸລະກິດທີ່ປະສົບຜົນສຳເລັດໄປແລ້ວ

ທີ່ມາ Stepstriaing.co.th

--

--