Packshot ເພື່ອສິນຄ້າ

--

ການຖ່າຍຮູບເພື່ອໃຫ້ລູກຄ້າເຂົ້າໃຈເຖິງລັກສະນະ ຮູບຮ່າງ ໜ້າຕາ ຂອງຜະລິດຕະພັນ.

ໝາຍເຖິງການຖ່າຍຮູບເພື່ອໃຫ້ລູກຄ້າເຂົ້າໃຈເຖິງລັກສະນະ ຮູບຮ່າງ ໜ້າຕາ ຂອງຜະລິດຕະພັນ ແລະ ເຫັນເຖິງຜົນປະໂຫຍດທີ່ຈຳໃຊ້ຂອງຜະລິດຕະພັນນັ້ນໆ.

ພາບພື້ນຫຼັງສ່ວນຫຼາຍຈະນຳໃຊ້ສາກສີຂາວ ເພື່ອໃຫ້ສິນຄ້າເບິ່ງແລ້ວໂດດເດັ່ນ, ສະອາດ ແລະ ໃຫ້ສະບາຍສາຍຕາ ທີ່ສຳຄັນມັນບໍ່ດູດແສງຈາກຜະລິດຕະພັນທີ່ເຮົານຳເອົາມາຖ່າຍອີກນຳ.

ຜະລິດຕະພັນທີ່ຈະນຳເອົາມາຖ່າຍທຸກຢ່າງຄວນມີພາບທີ່ເອີ້ນວ່າ Packshot ຢ່າງໜຶ່ງໜຶ່ງພາບ ແລະ ທີມງານທີ່ຖ່າຍສາມາດນຳໄປໃຊ້ໄດ້ເລີຍ ບໍ່ວ່າຈະເອົາລົງເວັບໄຊ ຫຼື ໂພສຂາຍຜະລິດຕະພັນໄດ້ທັນທີໂດຍບໍ່ຕ້ອງຜ່ານທີມງານຕັດຕໍ່ ວີນີ້ສາມາດຊ່ວຍປະຫຍັດຕົ້ນທຶນໃນການຕະຫຼາດ.

ການຖ່າຍສິນຄ້າແບບ Packshot ຈະໃຊ້ການຈັດແສງທີ່ເປັນມາດຕະຖານສະເພາະຂອງທີມງານນັ້ນໆ ເພື່ອເຮັດໃຫ້ສາມາດຖ່າຍຜະລິດຕະພັນອອກມາໃນຮູບເເບບຂອງທີມງານ ທີ່ຕອບໂຈດລູກຄ້າ.

Tip: ມັນກະແລ້ວແຕ່ວ່າຜະລິດຕະພັນນັ້ນຢູ່ໃນປະເພດໃດ ເພີ່ມອົງປະກອບອື່ນມາເລັກນ້ອຍ ເພື່ອໃຫ້ຄວາມໝາຍ ແລະ ການອະທິບາຍໃຈຕົວຜະລິດຕະພັນນັ້ນໄປໃນຕົວ.

--

--