4 ອົງປະກອບສຳຄັນຂອງແຜນທຸລະກິດໃຫ້ນ່າສົນໃຈ

--

ເວົ້າເຖິງການຂຽນແຜນທຸລະກິດ ຄົນສ່ວນຫຼາຍຮູ້ກັນດີ ແຕ່ບໍ່ແມ່ນໃຜໆທີ່ຂຽນອອກມາແລ້ວຈະປະສົບຜົນສຳເລັດໄດ້ ມັນຕ້ອງອາໄສການທຸ່ມເທ ເວລາ ແລະ ຄວາມຕັ້ງໃຈ.

Photo by JESHOOTS.COM on Unsplash

ການຂຽນແຜນທຸລະກິດໃຫ້ສຳເລັດ ຕ້ອງຮູ້ວ່າສິ່ງໃດຄວນບໍ່ຄວນມີໃນແຜນທຸລະກິດ ສ່ວນຫຼາຍແລ້ວຈະຄິດຂຽນຫຼາຍໃນຮູບແບບໄອເດຍສ້າງສັນ ແຜນການຂາຍທີ່ທັນສະໄຫມ ແຕ່ລືມຄິດເຫັນການສ້າງຈຸດເດັ່ນໃຫ້ທຸລະກິດໄປເລີຍ.

ເຈົ້າຂອງເອງຢາກແບ່ງປັນບົດຄວາມ Gnoisis ໃຫ້ທຸກຄົນຮູ້ນຳກັນ ແລະ ຂອບຄວາມຄິດໃນບົດຄວາມນີ້

  • ປັດໃຈທຳອິດ ຂອງແຜນທຸລະກິດ ແມ່ນ ຕ້ອງສະຫຼຸບຕົວຕົນແລະຈຸດເດັ່ນຂອງທຸລະກິດໃຫ້ສັ້ນທີ່ສຸດ ແລະ ເຂົ້າໃຈງ່າຍ ເພື່ອໃຫ້ນັກລົງທຶນ ອ່ານແລ້ວສາມາດຈິນຕະນາການຄວາມເປັນໄປໄດ້ ສົນໃຈ ແລະ ຢາກຮູ້ລະບົບການບໍລິຫານທຸລະກິດເລິກລົງໄປ.
  • ປັດໃຈທີ່ສອງ ບອກວ່າ ສະແດງການຈຳລອງການເງິນ (Finacial Model) ການຄາດຄະເນເງິນລົງທຶນທຸລະກິດນີ້ ໃຫ້ເຫັນເປັນຕົວເລກຂອງລາຍຮັບ ຫຼື ຜົນຕອບແທນນໃຫ້ກັບນັກລົງທຶນເຫັນ (Return On Investment) ແລະ ການຊຳລະໜີ້ໃຫ້ກັບຜູ້ສະໜັບສະໜູນ.
  • ປັດໃຈທີ່ສາມ ແມ່ນ ແຜນການຈັດຕັ້ງປະຕິບັດໄດ້ (Action Plan) ທີ່ເປັນຮູບນາມມະທຳ ມີກຳນົດໄລຍະເວລາໃນການດຳເນີນທີ່ຊັດເຈນ ຄົນຮັບຜິດຊອບ ແລະ ວີທີການດຳເນີນທີ່ສ້າງສັນ.
  • ປັດໃຈສຸດທ້າຍ ຄື ຕ້ອງສາມາດພີເຊັນໃຫ້ເຫັນແບບຊັດເຈນວ່າ ທຸລະກິດນີ້ມີຄວາມເປັນໄປໄດ້ ສາມາດສ້າງລາຍຮັບ ແລະ ການເຕີບໃຫຍ່ຂອງທຸລະກິດໃນອານາຄົດໄດ້ ຄວາມສຳເລັດແບບມີເປົ້າໝາຍ ມີຄວາມໂດດເດັ່ນ ໂອກາດ ແລະ ສິ່ງທ້າທາຍ ຈຸດຕ່າງ ແລະ ຈຸດປ່ຽນ.

ອີງຕາມສະພາບໃນບ້ານເຮົາແລ້ວ ການຂຽນແຜນທຸລະກິດແມ່ນຍັງໄດ້ຮັບຄວາມນິຍົມທີ່ໜ້ອຍຫຼາຍ ສ່ວນຫຼາຍຈະຄິດວ່າ ການໄປຂໍກູ້ຢືມເງິນຕ້ອງມີແຜນທຸລະກິດ ແລະ ຕ້ອງໄດ້ໃຊ້ຮ່າງແນວຄວາມຄິດຂອງຜູ້ໃຫ້ການສະໜັບສະໜູນ ເຊິ່ງໃນຄວາມເປັນຈິງແລ້ວ ຈຸດທີ່ປະສົບຜົນສຳເລັດແມ່ນການປ້ອງການແຜນທຸລະກິດຂອງເຈົ້າຂອງເອງ ການລະບຸ ຕົວເລກທີ່ຕ້ອງການຢ່າງຊັດເຈນ ແລະ ແຜນການຕະຫຼາດ ການໝູນໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ມີປະໂຫຍດ.

ສະຫຼຸບ: 4 ປັດໃຈທີ່ເອົາມາແບ່ງປັນນີ້ແມ່ນສຳຄັນຫຼາຍ ບໍວ່າຈະເປັນທຸລະກິດຂະໜາດໃດ ປັດຈນີ້ສາມາດນຳໄປໝູນໃຊ້ໄດ້ໝົດ.

--

--